ການບໍລິການດ້ານລະບຽບການ

ພວກເຮົາເຮັດວຽກຮ່ວມກັບເຈົ້າຫນ້າທີ່ກົມອາຫານ ແລະ ຢາ ໃນ ສປປ ລາວ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດລະບຽບຕ່າງໆທີ່ກ່ຽວຂ້ອງ. ການບໍລິການຂອງພວກເຮົາປະກອບມີ ການຂຶ້ນທະບຽນສໍາລັບຜະລິດຕະພັນຢາ, ຢາພື້ນເມືອງ, ອາຫານເສີມເພື່ອສຸຂະພາບ, ອາຫານ, ເຄື່ອງສໍາອາງ ແລະ ອຸປະກອນທາງການແພດ.

ການຂຶ້ນທະບຽນຜະລິດຕະພັນ

ພວກ​ເຮົາ​ສາ​ມາດ​ຊ່ວຍ​ທ່ານ ໂດຍການ​ບໍ​ລິ​ການ​ການ​ຈົດ​ທະ​ບຽນ​ຜະ​ລິດ​ຕະ​ພັນ​ ລະ​ອຽດ​ຂ້າງ​ລຸ່ມ​ນີ້​: ການ​ກະ​ກຽມ ເອກະສານ​, ກວດສອບຄວາມຖືກຕ້ອງ ຕາມຂໍ້ກຳນົດ​, ການຢື່ນເອກະສານ ແລະ ຜະລິດຕະພັນຕົວຢ່າງ​, ການ​ຕິດຕາມຂັ້ນຕອນຂຶ້ນທະບຽນຈົນໄດ້ຮັບການອະນຸມັດ​, ການ​ຮັກ​ສາ​​, ການ​ຕິດ​ຕາມ​ ແລະ​ ການ​ໂອນໃບອະນຸຍາດຈົດທະບຽນຜະລິດຕະພັນ​, ການ​ປ່ຽນ​ແປງ​ກ່ຽວກັບຜະລິດຕະພັນ ພາຍຫລັງຈົດທະບຽນ​, ການ​ຕໍ່​ອາ​ຍຸ​ການ​ຈົດ​ທະ​ບຽນ​.

ການຕິດຕາມ ແລະ ເຝົ້າລະວັງຄວາມປອດໄພຂອງຜະລິດຕະພັນຢາ

ພວກເຮົາຈັດຕັ້ງປະຕິບັດນະໂຍບາຍ ເຝົ້າລະວັງຄວາມປອດໄພຂອງຜະລິດຕະພັນຢາ ທີ່ສອດຄ່ອງກັບຄູ່ມືເຝົ້າລະວັງຄວາມປອດໄພຂອງຜະລິດຕະພັນຢາ ຂອງກະຊວງສາທາລະນະສຸກທີ່ວາງອອກ ເພື່ອຮັບປະກັນຄວາມປອດໄພຂອງຄົນເຈັບ ແລະຜະລິດຕະພັນຢາ.

ຕິດຕໍ່ພະແນກລະບຽບການຂອງພວກເຮົາ

ອີເມວ: ra@vtpharma.la
ໂທ: +856-21-240350, +856-21-214547, +856-21-250132