ຮູ້ຈັກກັບພວກເຮົາ

ປະຫວັດຄວາມເປັນມາ ຂອງບໍລິສັດ

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1992, ບໍລິສັດວຽງທອງການຢາ ໄດ້ເປັນຜູ້ນໍາທີ່ໂດດເດັ່ນ ໃນທ້ອງຕະຫຼາດ ດ້ານການດູແລສຸຂະພາບຂອງລາວ. ພວກເຮົາໄດ້ເລີ່ມດໍາເນີນທຸລະກິດ ເປັນຮູບບແບບຫຸ້ນສ່ວນລັດ-ເອກະຊົນ ໂດຍມີຊື່ວ່າ ບໍລິສັດການຢາກຳແພງນະຄອນ ແລະ ໄດ້ອຸທິດຕົນເພື່ອການບໍລິການແກ່ຊຸມຊົນ.

ໃນປີ 1995, ພວກເຮົາໄດ້ຜັນປຽ່ນຊື່ມາເປັນ ບໍລິສັດ ວຽງທອງການຢາ, ເຊີ່ງກາຍມາເປັນບໍລິສັດ ເອກະຊົນເຕັມຮູບແບບ. ກິດຈະກໍາຫຼັກໆຂອງພວກເຮົາ ແມ່ນນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນຢາ, ອຸປະກອນການແພດ, ແລະ ອາຫານເສີມເພື່ອສຸຂະພາບ. ເຖີງຢ່າງໃດກໍຕາມ, ພວກເຮົາດໍາເນີນທຸລະກິດດ້ວຍຄວາມມຸ່ງຫມັ້ນທີ່ແທ້ຈິງ ເພື່ອຈະທໍາຄວາມເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະ ສະຫນອງຜະລິດຕະພັນທີ່ມີຄຸນນະພາບ ແລະ ເຫມາະສົມຢ່າງມີປະສິດຕິພາບ. ດ້ວຍທຸລະກິດການແພດທີ່ມີໃຫ້ກັບລູກຄ້າ, ພວກເຮົາສ້າງຄູ່ຮ່ວມງານທີ່ເຂັ້ມແຂງ ໂດຍອີງໃສ່ຄວາມໄວ້ວາງໃຈ ແລະ ວິໄສທັດຮ່ວມກັນ.

ປັດຈຸບັນນີ້, ບໍລິສັດວຽງທອງການຢາ ໄດ້ປຽ່ນຊື່ມາເປັນ ບໍລິສັດວຽງທອງ ອຸປະກອນການແພດ ແລະ ການຢາ (Viengthong Med & Pharma) ເພື່ອສາມາດສະທ້ອນໃຫ້ເຫັນເຖີງຂອບເຂດທຸລະກິດຂອງພວກເຮົາໄດ້ດີຍີ່ງຂຶ້ນ, ຍຶດຫມັ້ນໃນການເປັນຄູ່ຮ່ວມງານໃນດ້ານການດູແລສຸຂະພາບທີ່ເຊື່ອຖືໄດ້ໃນປະເທດລາວ.

ພວກເຮົາມີຄວາມພາກພູມໃຈໃນປະຫວັດສາດອັນຍາວນານ ແລະ ໃນການທຸມເທ ຂອງເຮົາເພື່ອການບໍລິການຊີວິດການເປັນຢູ່ທີ່ມີສຸຂະພາບແຂງແຮງໃຫ້ແກ່ພົນລະເມືອງລາວ.

ໄລຍະເຫດການສຳຄັນ

1992
ສ້າງຕັ້ງ ບໍລິສັດການຢາກຳແພງນະຄອນ.
1995
ໄດ້ປຽ່ນຊື່ເປັນ ບໍລິສັດ ວຽງທອງການຢາ.
1997
ເລີ່ມການນໍາເຂົ້າ ແລະ ການຈໍາໜ່າຍອຸປະກອນການແພດ.
2009
ພວກເຮົາຍ້າຍຫ້ອງການໃໝ່.
2011
ພວກເຮົາເລີ່ມຜະລິດສິນຄ້າຍີ່ຫໍ້ຂອງຕົນເອງ.
2014
ສ້າງຫ້ອງວິເຄາະເຄມີເລືຶອດ ພາຍໃຕ້ກອບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP)
ສ້າງສູນຟອກໄຂ່ຫລັງທຽມ ພາຍໃຕ້ກອບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP)
2016
ພວກເຮົາໄດ້ຮັບກາຍຢັ້ງຢືນລະບົບບໍລິຫານຄຸນນະພາບ ISO 9001: 2015.
2017
ປ່ຽນຊື່ມາເປັນ ບໍລິສັດວຽງທອງການຢາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ.
2020
ການນຳໃຊ້ລະບົບ SAP Business One ເຂົ້າມາຊ່ວຍໃນການປະຕິບັດງານ ບໍລິສັດຂອງພວກເຮົາ.
2023
ການປັບປຸງອາຄານ ບໍລີສັດວຽງທອງການຢາ
ພວກເຮົາໄດ້ຮັບການຢັ້ງຢືນ GSDP (ໃນການປະຕິບັດ ຫຼັກການທີ່ດີສໍາລັບການເກັບຮັກສາ ແລະ ແຈກຢາຍຜະລິດຕະພັນຢາ)

ວິໄສທັດຂອງພວກເຮົາ

ເພື່ອເປັນບໍລິສັດຊັ້ນນຳໃນການສະໜອງຜະລິດຕະພັນ ແລະ ການບໍລິການ ທາງດ້ານສຸຂະພາບສະເພາະທາງ ທີ່ມີຄຸນນະພາບສູງສຸດ ແລະ ໄດ້ມາດຕະຖານສາກົນ

ພາລະກິດຂອງພວກເຮົາ

ພວກເຮົາມຸ່ງໝັ້ນທີ່ຈະສືບຕໍ່ປັບປຸງມາດຕະຖານດ້ານການແພດ, ການຢາ ແລະ ການໃຫ້ບໍລິການລູກຄ້າຢ່າງຕໍ່ເນື່ອງ ຮ່ວມກັບຄູ່ຮ່ວມມືສາກົນຂອງພວກເຮົາ, ຄຽງຄູ່ກັບກັບການສົ່ງເສີມຄວາມຄິດລິເລີ່ມດ້ານການມີສຸຂະພາບ ແລະ ການເປັນຢູ່ທີ່ດີ, ການບໍລິຫານຄຸ້ມຄອງດ້ານຄຸນນະພາບ, ການພັດທະນາລະບົບ ແລະ ພັດທະນາ ບຸກຄະລະກອນຂອງພວກເຮົາ.