ຜະລິດຕະພັນ
ຂອງພວກເຮົາ

ບໍລີສັດວຽງທອງ ການແພດ ແລະ ການຢາ ດຳເນີນການນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ເໝາະສົມໃຫ້ແກ່ຜູ້ປ່ວຍ ແລະ ລູກຄ້າໃນລາວ. ຜະລິດຕະພັນຂອງພວກເຮົາປະກອບມີ ກຸ່ມອຸປະກອນການແພດ, ກຸ່ມຜະລິດຕະພັນຢາ, ກຸ່ມອາຫານເສີມສຸຂະພາບ, ກຸ່ມຜະລິດຕະພັນໂພຊະນາການ, ວັກຊີນ, ແລະ ຜະລິດຕະພັນເຄື່ອງສໍາອາງ.

ອຸປະກອນ ແລະ ເຄື່ອງມືການແພດ

ໃນປະເທດລາວ, ບໍລີສັດວຽງທອງ ການແພດ ແລະ ການຢາ ແມ່ນຄູ່ຮ່ວມງານເປັນທີ່ຕ້ອງການ ສຳລັບ ຜູ້ຜະລິດໃນລະດັບນາໆຊາດຫຼາຍແຫ່ງ ໃນການສະໜອງອຸປະກອນ ແລະ ເຄື່ອງມືການແພດໃຫ້ກັບ ໂຮງໝໍ ແລະ ຄລີນິກຕ່າງໆ. ທີມງານວິສະວະກອນ ຊີວະການແພດ ທີ່ຜ່ານການຮັບຮອງ ແມ່ນຮັບຜິດຊອບ ວຽກງານການບໍາລຸງຮັກສາ ແລະ ສ້ອມແປງອຸປະກອນທາງການແພດ.

ຢາ, ອາຫານເສີມສຸຂະພາບ

ດ້ວຍການຮັບຮອງຢັ້ງຢືນ GSDP "ການປະຕິບັດຕາມ ມາດຕະຖານ ສຳລັບການເກັບຮັກສາ ແລະ ຈັດຈຳໜ່າຍຜະລິດຕະພັນຢາ")., ບໍລີສັດວຽງທອງ ການແພດ ແລະ ການຢາ ແມ່ນຄູ່ຮ່ວມງານເປັນທີ່ຕ້ອງການ ຂອງບັນດາບໍລິສັດການຢາໃນລະດັບນາໆຊາດຫຼາຍແຫ່ງ ໃນການສະໜອງຢາ ໃຫ້ແກ່ໂຮງໝໍ, ຄລີນິກ ແລະ ຮ້ານຂາຍຢາໃນ ປະເທດລາວ. ດ້ວຍການຮັບຮອງຢັ້ງຢືນ GSPD ຮັບປະກັນວ່າຢາ ແລະ ຜະລິດຕະພັນໃນຮ້ານຂາຍຢາຖືກເກັບຮັກສາ ແລະ ແຈກຢາຍຕາມມາດຕະຖານສາກົນ.

ວັກ​ຊີນ​

ບໍລີສັດວຽງທອງ ການແພດ ແລະ ການຢາ ທີ່ມີຫ້ອງສາງເຢັນແຫ່ງໃໝ່ ສາມາດບໍລິການຄຸ້ມຄອງຜະລິດຕະພັນລະບົບຕ່ອງໂສ້ຄວາມເຢັນພາຍໃຕ້ມາດຕະຖານ GSDP "ການປະຕິບັດຕາມ ມາດຕະຖານ ສຳລັບການເກັບຮັກສາ ແລະ ຈັດຈໍາໜ່າຍຜະລິດຕະພັນຢາ").

ກຸ່ມຜະລິດຕະພັນໂພຊະນາການ

ບໍລີສັດວຽງທອງ ການແພດ&ການຢາ ໄດ້ຮ່ວມງານກັບຜູ້ສະໜອງຜະລິດຕະພັນໂພຊະນາການສາກົນ ເພື່ອຈັດຫາຊ່ອງທາງຈຳຫນ່າຍ ໃນຮ້ານຄ້າທີ່ທັນສະໄໝ ແລະ ຊຸບເປີມາເກັດ, ພ້ອມທັງເປັນຜູ້ຈັດຈໍາໜ່າຍ ຜະລິດຕະພັນອຸປະໂພກບໍລິໂພກ.

ກຸ່ມຜະລິດຕະພັນເຄຶ່ອງສຳອາງ

ບໍລີສັດວຽງທອງ ການແພດ ແລະ ການຢາ ໄດ້ຮ່ວມມືກັບຜູ້ຜະລິດເຄື່ອງສໍາອາງທີ່ມີຊື່ສຽງຂອງປະເທດໄທ ແລະ ສາກົນ. ຜະລິດຕະພັນເຄື່ອງສໍາອາງໃນປັດຈຸບັນ ແມ່ນມີການຈຳຫນ່າຍຢູ່ທົ່ວປະເທດ ຍ້ອນຊ່ອງທາງການຈັດຈຳຫນ່າຍແຈກທີ່ເຂັ້ມແຂງຂອງພວກເຮົາ.