ຫ້ອງການ ແລະ ສາງ ຂອງພວກເຮົາ

ຫ້ອງການຂອງພວກເຮົາ

ຄັງເກັບສິນຄ້າຂອງພວກເຮົາ

ພວກເຮົາມີບ່ອນເກັບມ້ຽນສິນຄ້າ 3 ເຂດ ທີ່ບັນລຸມາດຕະຖານສາກົນ ເພື່ອການຈັດສົ່ງສິນຄ້າທີ່ມີປະສິດທິພາບ ແລະ ທັນເວລາ: ສາງຢາເຢັນ 2°C ຫາ 8°C , ສາງເກັບສິນຄ້າ ທີ່ຄວບຄຸມອຸນຫະພູມຕ່ໍ່າກວ່າ 25°C, ແລະ ສາງເກັບສິນຄ້າ ທີ່ຄວບຄຸມອຸນຫະພູມຕ່ໍ່າກວ່າ 30°C.

ບໍລີສັດວຽງທອງ ການຢາ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ “ມາດຕະຖານການຈັດເກັບ ແລະ ຈໍາໜ່າຍຜະລິດຕະພັນຢາ (GSDP) ໃນເດືອນທັນວາ, 2023 ເຊິ່ງເຮັດໃຫ້ ພວກເຮົາເປັນບໍລິສັດແຫ່ງທໍາອິດໃນ ປະເທດລາວ ທີ່ໄດ້ຮັບໃບຢັ້ງຢືນມາດຕະຖານ GSDP. ພວກເຮົາມີທີມງານສາງ ແລະ ທີມງານຮັບປະກັນຄຸນນະພາບທີ່ມີປະສົບການ ເພື່ອຮັບປະກັນວ່າຂະບວນການຂອງພວກເຮົາແມ່ນສອກຄ່ອງກັບມາດຕະຖານໃນປັດຈຸບັນ.

ລົດຂົນສົ່ງສິນຄ້າ ຂອງພວກເຮົາ

ພວກເຮົາມີລົດຂົນສົ່ງຂອງພວກເຮົາເອງ ແລະ ພວກເຮົາຍັງສາມາດໃຊ້ບໍລິການຂອງບໍລິສັດພາກສ່ວນທີ່ສາມທີ່ເຊື່ອຖືໄດ້ ເພື່ອຂົນສົ່ງຜະລິດຕະພັນໄປເຖິງຜູ້ປ່ວຍ / ຜູ້ບໍລິໂພກ ແລະ ຜູ້ຊ່ຽວຊານດ້ານສຸຂະພາບ ເພື່ອຮັບປະກັນວ່າຜະລິດຕະພັນຖືກສົ່ງຮອດຕາມເວລາ.