ໃບຢັ້ງຢືນ ທີ່ພວກເຮົາໄດ້ຮັບ

ນະໂຍບາຍ ຄຸນນະພາບ

ພວກເຮົາສົ່ງມອບຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບຕາມຄວາມຕ້ອງການຂອງລູກຄ້າ ໂດຍມີທີມງານມືອາຊີບ ເພື່ອຄວາມໝັ້ນຄົງຂອງທຸລະກິດ ແລະ ຊຸມຊົນ ເຊິ່ງມີມາດຕະຖານຄວບຄຸມໃນທຸກຂັ້ນຕອນການປະຕິບັດວຽກ.

ISO:9000-2015:

ບໍລິສັດວຽງທອງການຢາ ແມ່ນໄດ້ຮັບໃບຢັ້ງຢືນຂອງ ISO 9001: 2015 ໃນວັນທີ່ 07 ກັນຍາ, 2016. ເຊິ່ງເຮັດໃຫ້ ພວກເຮົາ ມີການປະຕິບັດ ແລະ ພັດທະນາອົງກອນ ພາຍໃຕ້ ລະບົບບໍລິຫານຄຸນນະພາບ ທີ່ນໍາພາໃຫ້ ພວກເຮົາສາມາດ ສະໜອງ ການບໍລິການ ທີ່ດີ ຕາມຄວາມຕ້ອງການ ຂອງລູກຄ້າ ແລະ ສອດຄ່ອງກັບລະບຽບກົດໝາຍ.

ມາດຕະຖານການຈັດເກັບ ແລະ ຈໍາໜ່າຍຜະລິດຕະພັນຢາ (GSDP)

ບໍລິສັດວຽງທອງການຢາ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ “ມາດຕະຖານການຈັດເກັບ ແລະ ຈໍາໜ່າຍຜະລິດຕະພັນຢາ (GSDP) ໃນວັນທີ່ 09 ທັນວາ, 2023 ເຊິ່ງເຮັດໃຫ້ ພວກເຮົາເປັນບໍລິສັດແຫ່ງທໍາອິດໃນ ປະເທດລາວ ທີ່ໄດ້ຮັບໃບຢັ້ງຢືນມາດຕະຖານ GSDP. ໃບຢັ້ງຢືນມາດຕະຖານ GSDP ແມ່ນຫຼັກຖານຢືນຢັນ ວ່າ ບໍລິສັດວຽງທອງການຢາ ໄດ້ມີລະບົບການຈັດເກັບ ແລະ ຈໍາໜ່າຍຜະລິດຕະພັນຢາ ໄດ້ຕາມມາດຕະຖານສາກົນ ເຊິ່ງເປັນສິ່ງທີ່ສ້າງຄວາມໝັ້ນໃຈ ວ່າ ພວກເຮົາຈະສາມາດສະໜອງສິນຄ້າທີ່ມີຄຸນນະພາບໃຫ້ກັບລູກຄ້າຂອງພວກເຮົາທຸກຄົນ.