ການບໍລິຫານຈັດການ

ຄະນະຜູ້ບໍລິຫານ ຂອງພວກເຮົາ

ທ່ານ ທອງເພື່ອນ ຂັນຕິວົງ
ປະທານກຸ່ມທຸລະກິດຄອບຄົວ

ທ່ານປະທານ ທອງເພື່ອນ ຂັນຕິວົງ ເປັນປະທານໃນກຸ່ມທຸລະກິດຄອບຄົວ, ແລະ ໃນປີ 2023 ອາຍຸໄດ້ 73 ປີ, ຈົບການສຶກສາຈາກຂະແໜງທັນຕະແພດສາດລາວ ໃນປີ 1975. ທ່ານໄດ້ເລີ່ມປະກອບອາຊີບໃນວາລະສານອາລຸນໃໝ່, ຜ່ານໄປ 10 ປີແຫ່ງຄວາມຈົງຮັກພັກດີ ແລະ ຄວາມທຸມເທກັບໜ້າວຽກ. ສຸດທ້າຍ ທ່ານ ກໍ່ໄດ້ຕັດສິນໃຈ ລາອອກ ເພື່ອໄປກໍ່ຕັ້ງບໍລິສັດການຢາກຳແພງນະຄອນ ໃນປີ 1992 ແລະ ຫຼັງຈາກນັ້ນ ກໍ່ໄດ້ປ່ຽນຊື່ມາເປັນ ບໍລິສັດວຽງທອງການຢາ ໃນປີ 1995. ພາຍໃຕ້ພາວະຄວາມເປັນຜູ້ນໍາຂອງລາວ, ບໍລິສັດເຕິບໂຕດ້ວຍຄວາມສໍາເລັດ ແລະ ຜັນຂະຫຍາຍຈາກພະນັກງານ 6 ຄົນມາເປັນ 80 ຄົນໃນປີ 2023.

ທ່ານປະທານ ທອງເພື່ອນ ຂັນຕິວົງ ໄດ້ບໍານານນັບຕັ້ງແຕ່ປີ 2019, ແຕ່ວ່າ ທ່ານກໍ່ຍັງຮັບໜ້າທີ່ເປັນປະທານ ແລະ ເປັນໜຶ່ງໃນສະມາຊິກຜູ້ບໍລິຫານສູງສຸດຂອງກຸ່ມທຸລະກິດຄອບຄົວ. ໃນເດືອນກຸມພາ 2019, ທ່ານໄດ້ຮັບກຽດຈາກສະພາການຄ້າລາວ ທີ່ໄດ້ປະກອບສ່ວນເຂົ້າໃນສັງຄົມລາວ ເວົ້າລວມເວົ້າສະເພາະແມ່ນຢູ່ໃນຂະແໜງການແພດ. ປະຈຸບັນນີ້, ບໍລິສັດວຽງທອງການແພດ ແລະ ການຢາ ແມ່ນບໍລິຫານງານໂດຍລູກສາວຂອງທ່ານປະທານ, ທ່ານນາງ ອຸຕຕະລາ ຂັນຕິວົງ ໃນຕຳງແໜ່ງຜູ້ອໍານວຍການ ແລະ ມີການບໍລິຫານຈັດການຊ່ວຍຈາກທ່ານ ສີຫາມະໂນ ບັນນະວົງ ທີ່ເປັນຜູ້ບໍລິຫານສູງສຸດໃນກຸ່ມທຸລະກິດ.

ທ່ານ ສີຫາມະໂນ ບັນນະວົງ
ຜູ້ບໍລິຫານສູງສຸດ

ທ່ານ ສີຫາມະໂນ ບັນນາວົງ ມີປະສົບການຫຼາຍກວ່າ 25 ປີ ໃນການບໍລິຫານຄຸ້ມຄອງບໍລິສັດການຕະຫຼາດສາກົນ ແລະ ບໍລິສັດເອກະຊົນ. ທ່ານ ອຸທິດຕົນໃນໜ້າວຽກເຂົ້າໃນການພັດທະນາ, ການຂາຍ ແລະ ການຕະຫຼາດທີ່ກ່ຽວຂ້ອງກັບຜະລິດຕະພັນການເເພດ, ຕະຫຼອດຮອດການປະກອບສ່ວນໃຫ້ກັບຊຸມຊົນ ເພື່ອປັບປຸງຊີວິດຂອງຜູ້ຄົນ ແລະ ລູກຄ້າທີ່ເປັນເປົ້າໝາຍ.

ທ່ານມີຄວາມເຊື່ອໝັ້ນຢ່າງແຮງກ້າໃນການເປັນຫຸ້ນສ່ວນ ແລະ ເປັນທີມງານເພື່ອຊ່ວຍຂັບເຄື່ອນການປ່ຽນແປງຂອງອົງກອນເພື່ອເລັ່ງເສີມສ້າງຜົນກໍາໄລ ແລະ ວາງຮາກຖານເພື່ອການເຕີບໂຕໃນໄລຍະຍາວ.

ທ່ານນາງ ອຸຕຕະລາ ຂັນຕິວົງ
ຜູ້ອໍານວຍການ (ວຽງທອງການຢາ)

ທ່ານນາງ ອຸຕຕະລາ ຂັນຕິວົງ ຈົບການສຶກສາໃນລະດັບປະລິນຍາຕີ ໃນສາຂາທຸລະກິດຂໍ້ມູນຂ່າວສານ ແລະ ​ໄດ້​ເລີ່​ມ​ເຮັດ​ວຽກ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃນ​ປີ 2004. ທ່ານໄດ້ເຂົ້າເຮັດວຽກຢູ່ວຽງທອງການຢາ ໃນປີ 2007 ເຮັດໃນຕໍາແໜ່ງເປັນຜູ້ຊ່ວຍຜູ້ອໍານວຍການ ແລະ ຜູ້ຈັດການຝ່າຍບຸກຄະລາກອນ ເພື່ອຂັບເຄື່ອນແຜນຍຸດທະສາດທາງທຸລະກິດ, ບຸກຄະລາກອນ, ແລະ ຍຸດທະສາດທຸລະກິດຂອງບໍລິສັດ.

ທ່ານໄດ້ຮັບແຕ່ງຕັ້ງຮັບຜິດຊອບຫນ້າທີ່ເປັນຜູ້ອໍານວຍການບໍລິຫານຂອງບໍລິສັດ. ດ້ວຍເວລາຫຼາຍກວ່າ 16 ປີທີ່ບໍລິສັດວຽງທອງການຢາ, ທ່ານໄດ້ສົ່ງມອບ ແລະ ເປັນໜຶ່ງໃນຜູ້ບໍລິຫານລະດັບສູງຂອງພວກເຮົາໃນການຂັບເຄື່ອນຊຸກຍູ້ການເຕີບໂຕຂອງທຸລະກິດ.

ທ່ານ ຄໍາພາຍ ເມກສີທອງ
ຮອງຜູ້ອໍານວຍການ

ທ່ານ ຄຳພາຍ ເມກສີທອງ ຈົບຊັ້ນສູງສາຂາການແພດ ແລະ ປະລິນຍາຕີບໍລິຫານການເງິນວິສາຫະກິດ. ທ່ານໄດ້ເລີ່ມຕົ້ນການເຮັດວຽກເປັນຄູສອນວິຊາການຢູ່ວິທະຍາໄລສຸຂະພາບ ແລະ ຕໍ່ມາເປັນຜູ້ຈັດການທາງດ້ານການເງິນ ແລະ ບັນຊີໃນກະຊວງສາທາລະນະສຸກ.

ທ່ານໄດ້ເຂົ້າເຮັດວຽກຢູ່ວຽງທອງການຢາ ໃນປີ 1992 ເປັນຜູ້ຈັດການການເງິນ ແລະ ບັນຊີ ແລະ ປັດຈຸບັນເປັນຮອງອໍານວຍການ.