ການບໍລິການຂອງພວກເຮົາ

ພວກເຮົາຊ່ວຍເຫຼືອຄູ່ຮ່ວມງານທາງທຸລະກິດຂອງພວກເຮົາ ໃນການເຂົ້າເຖີງຕະຫຼາດ ແລະ ຈັດຈຳຫນ່າຍແຈກຢາຍ ຜະລິດຕະພັນຂອງຄູ່ຮ່ວມງານທາງທຸລະກິດ ໄປເຖີງສະຖານທີ່ຢູ່ລູກຄ້າເປົ້າໝາຍ. ພວກເຮົາສະໜອງອຸປະກອນທາງການແພດ ກ່ອນການຕິດຕັ້ງ, ໃນຊ່ວງການຕິດຕັ້ງ , ການບໍາລຸງຮັກສາປ້ອງກັນ, ແລະ ການບໍລິການສ້ອມແປງ. ພວກເຮົາມີສ່ວນຮ່ວມໃນການເປັນຄູ່ຮ່ວມງານກັບພາກລັດ ແລະ ເອກະຊົນ (PPPs) ໃນຂະແໜງສາທາລະນະສຸກໂດຍການສະໜອງອຸປະກອນຫ້ອງວິເຄາະໃຫ້ແກ່ໂຮງໝໍ

ການເຂົ້າເຖິງຕະຫຼາດ

ກ່ອນ ແລະ ຫຼັງການ ທີ່ຈະເຂົ້າສູ່ຕະຫຼາດ ແລະ ຂາຍຜະລິດຕະພັນ ໃນຕະຫຼາດລາວ, ພວກເຮົາເຮັດການຄົ້ນຄວ້າສຶກສາຕະຫຼາດ ແລະ ສຳຫຼວດສິນຄ້າ ແລະ ການບໍລິການຂອງຜູ້ສະໜອງກ່ອນ. ພວກເຮົາຈັດກອງປະຊຸມສຶກສາ ຮ່ວມກັບລູກຄ້າກຸ່ມເປົ້າໝາຍໃນລາວ (ທັງໂຮງຫມໍລັດ ແລະ ເອກະຊົນ).

ພວກເຮົາຊ່ວຍຈັດຕາຕະລາງປະຊຸມ ແລະ ນຳພາຄູ່ຮ່ວມງານທາງທຸລະກິດຂອງພວກເຮົາ ຕະຫຼອດຊ່ວງເວລາທີ່ເຂົ້າມາສຶກສາຕະຫຼາດໃນລາວ. ການຄົ້ນຄວ້າສຶກສາຕະຫຼາດຂອງພວກເຮົາແມ່ນມີປະສິດທິພາບ ເພາະວ່າພວກເຮົາເລືອກຜະລິດຕະພັນໂດຍອີງໃສ່ແຫຼ່ງທີ່ມີຄວາມເຊື່ອຖືໄດ້ ແລະ ການກວດສອບຂໍ້ມູນ (ຂໍ້ມູນການຂາຍ, ປະຫວັດການຂາຍ, ຂໍ້ມູນສຸຂະພາບ). ພວກເຮົາຊ່ວຍໃນການພັດທະນາແຜນທຸລະກິດ ແລະ ແຜນການປັບນຳໃຊ້ສຳລັບ ສາຍຜະລິດຕະພັນໃໝ່ ພ້ອມທັງການຮ່ວມມືກັບພະນັກງານລັດທີ່ຮັບຜິດຊອບໃນຂະແໜງສາທາລະນະສຸກ.

ການຂາຍ ແລະ ການຕະຫຼາດ

ພວກເຮົາຂາຍ ແລະ ຈັດຈຳຫນ່າຍຜະລິດຕະພັນ ຂອງຄູ່ຮ່ວມງານທາງທຸລະກິດໃຫ້ແກ່ລູກຄ້າທີ່ມີຢູ່ແລ້ວຂອງພວກເຮົາໃນທົ່ວປະເທດ.

ພວກເຮົາຕິດຕາມແຜນການຕະຫຼາດຂອງຄູ່ຮ່ວມທຸລະກິດ (ການເຮັດໂປລໂມຊັນ, ການແຈກຢາຍຜະລິດຕະພັນໃຫ້ທົ່ວເຖິງ ແລະ ການຮັບຮູ້ຍີ່ຫໍ້ຂອງຜະລິດຕະພັນ, ການຕະຫຼາດອອນໄລນ໌ ແລະ ການບໍລິຫານຄຸ້ມຄອງການໂຄສະນາ, ການບໍລີຫານຈັດການຄວາມສໍາພັນຂອງລູກຄ້າ)

ພວກເຮົາສະເຫນີ ແລະ ບໍລິຫານຄຸ້ມຄອງງົບປະມານການຕະຫຼາດ ສໍາລັບຄູ່ຮ່ວມງານທາງທຸລະກິດຂອງພວກເຮົາ.

ພວກເຮົາຈັດກິດຈະກໍາບູດຕາມງົບປະມານຂອງຄູ່ຮ່ວມງານທາງທຸລະກິດ.

ບໍລິການກ່ອນການຂາຍ ແລະ ຫຼັງການຂາຍ (ຕິດຕັ້ງ, ບຳລຸງຮັກສາ, ສ້ອມແປງ)

ທຸກໆຄັ້ງກ່ອນທີ່ຈະຕິດຕັ້ງເຄື່ອງການແພດ, ຈະມີການສໍາຫຼວດພື້ນທີ່ຈະດໍາເນີນງານ ເພື່ອປະເມີນຄວາມພ້ອມຂອງພື້ນທີ່ຂອງລູກຄ້າ, ເພື່ອຄວາມສະດວກ ແລະ ປ້ອງກັນຄວາມເສຍຫາຍ ແລະ ຄວາມຜິດພາດ ໃນລະຫວ່າງການຕິດຕັ້ງ ເຊີ່ງປະກອບມີການກວດກາພື້ນທີ່ຂອງຫ້ອງ, ລະບົບແສງສະຫວ່າງ, ອຸນຫະພູມ, ແລະ ອື່ນໆ.

ເນື່ອງຈາກວ່າການບໍລິການຫລັງການຂາຍແມ່ນຍຸດທະສາດທີ່ສໍາຄັນຂອງບໍລິສັດຂອງພວກເຮົາ, ພວກເຮົາໄດ້ລົງທຶນກັບພະນັກງານວິສະວະກອນຂອງພວກເຮົາໂດຍການສົ່ງພວກເຂົາໄປຝຶກອົບຮົມຢູ່ປະເທດຝຣັ່ງ, ເກົາຫລີ, ສິງກະໂປ, ມາເລເຊຍ, ຈີນ, ແລະ ໄທ. ນອກຈາກນີ້, ພວກເຮົາຍັງເຮັດວຽກຮ່ວມກັບນັກວິສະວະກອນຈາກຜູ້ອໍານວຍການຂອງພວກເຮົາເພື່ອສະໜອງການຕິດຕັ້ງ ແລະ ການຝຶກອົບຮົມໃຫ້ແກ່ລູກຄ້າ ແລະ ທ່ານຫມໍໂດຍກົງ.

ການບໍລິການດ້ານລະບຽບການ

ພວກເຮົາເຮັດວຽກຮ່ວມກັບເຈົ້າຫນ້າທີ່ກົມອາຫານ ແລະ ຢາ ໃນ ສປປ ລາວ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດລະບຽບຕ່າງໆທີ່ກ່ຽວຂ້ອງ. ການບໍລິການຂອງພວກເຮົາປະກອບມີ ການຂຶ້ນທະບຽນສໍາລັບຜະລິດຕະພັນຢາ, ຢາພື້ນເມືອງ, ອາຫານເສີມເພື່ອສຸຂະພາບ, ອາຫານ, ເຄື່ອງສໍາອາງ ແລະ ອຸປະກອນທາງການແພດ.

ໂຄງການຮ່ວມມື ພາກລັດ ແລະ ເອກະຊົນ

ພວກເຮົາກໍາລັງຊອກຫາຄູ່ຮ່ວມງານທີ່ເຊື່ອຖືໄດ້ ເພື່ອເຂົ້າຮ່ວມໂຄງການຮ່ວມມື/ລົງທຶນ ຮ່ວມກັບພາກລັດ ແລະ ເອກະຊົນ(PPP)ໃນໂຄງການຕ່າງໆຂອງພວກເຮົາ ໃນຂະແໜງອຸດສາຫະກໍາ ດ້ານການແພດໃນປະເທດລາວ.