ຜະລິດຕະພັນ
ຂອງພວກເຮົາ

ບໍລີສັດວຽງທອງ ການແພດ ແລະ ການຢາ ດຳເນີນການນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ເໝາະສົມໃຫ້ແກ່ຜູ້ປ່ວຍ ແລະ ລູກຄ້າໃນລາວ. ຜະລິດຕະພັນຂອງພວກເຮົາປະກອບມີ ກຸ່ມອຸປະກອນການແພດ, ກຸ່ມຜະລິດຕະພັນຢາ, ກຸ່ມອາຫານເສີມສຸຂະພາບ, ກຸ່ມຜະລິດຕະພັນໂພຊະນາການ, ວັກຊີນ, ແລະ ຜະລິດຕະພັນເຄື່ອງສໍາອາງ.

ການບໍລິການຂອງພວກເຮົາ

ພວກເຮົາຊ່ວຍເຫຼືອຄູ່ຮ່ວມງານທາງທຸລະກິດຂອງພວກເຮົາ ໃນການເຂົ້າເຖີງຕະຫຼາດ ແລະ ຈັດຈຳຫນ່າຍແຈກຢາຍ ຜະລິດຕະພັນຂອງຄູ່ຮ່ວມງານທາງທຸລະກິດ ໄປເຖີງສະຖານທີ່ຢູ່ລູກຄ້າເປົ້າໝາຍ. ພວກເຮົາສະໜອງອຸປະກອນທາງການແພດ ກ່ອນການຕິດຕັ້ງ, ໃນຊ່ວງການຕິດຕັ້ງ , ການບໍາລຸງຮັກສາປ້ອງກັນ, ແລະ ການບໍລິການສ້ອມແປງ. ພວກເຮົາມີສ່ວນຮ່ວມໃນການເປັນຄູ່ຮ່ວມງານກັບພາກລັດ ແລະ ເອກະຊົນ (PPPs) ໃນຂະແໜງສາທາລະນະສຸກໂດຍການສະໜອງອຸປະກອນຫ້ອງວິເຄາະໃຫ້ແກ່ໂຮງໝໍ

ຍິນດີຕ້ອນຮັບສູ່ ວຽງທອງ ການແພດ ແລະ ການຢາ

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1992, ບໍລິສັດວຽງທອງການຢາ ໄດ້ເປັນຜູ້ນໍາທີ່ໂດດເດັ່ນ ໃນທ້ອງຕະຫຼາດ ດ້ານການດູແລສຸຂະພາບຂອງລາວ. ພວກເຮົາໄດ້ເລີ່ມດໍາເນີນທຸລະກິດ ເປັນຮູບບແບບຫຸ້ນສ່ວນລັດ-ເອກະຊົນ ໂດຍມີຊື່ວ່າ ບໍລິສັດການຢາກຳແພງນະຄອນ ແລະ ໄດ້ອຸທິດຕົນເພື່ອການບໍລິການແກ່ຊຸມຊົນ.

ໃນປີ 1995, ພວກເຮົາໄດ້ຜັນປຽ່ນຊື່ມາເປັນ ບໍລິສັດ ວຽງທອງການຢາ, ເຊີ່ງກາຍມາເປັນບໍລິສັດ ເອກະຊົນເຕັມຮູບແບບ. ກິດຈະກໍາຫຼັກໆຂອງພວກເຮົາ ແມ່ນນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນຢາ, ອຸປະກອນການແພດ, ແລະ ອາຫານເສີມເພື່ອສຸຂະພາບ. ເຖີງຢ່າງໃດກໍຕາມ, ພວກເຮົາດໍາເນີນທຸລະກິດດ້ວຍຄວາມມຸ່ງຫມັ້ນທີ່ແທ້ຈິງ ເພື່ອຈະທໍາຄວາມເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະ ສະຫນອງຜະລິດຕະພັນທີ່ມີຄຸນນະພາບ ແລະ ເຫມາະສົມຢ່າງມີປະສິດຕິພາບ. ດ້ວຍທຸລະກິດການແພດທີ່ມີໃຫ້ກັບລູກຄ້າ, ພວກເຮົາສ້າງຄູ່ຮ່ວມງານທີ່ເຂັ້ມແຂງ ໂດຍອີງໃສ່ຄວາມໄວ້ວາງໃຈ ແລະ ວິໄສທັດຮ່ວມກັນ.

ລູກຄ້າຫຼັກ ແລະ ຄູ່ຮ່ວມງານຂອງພວກເຮົາ

0
ລູກຄ້າ
0
ຜູ້ສະໜອງ ແລະ ຄູ່ຮ່ວມທຸລະກິດ
0
ພະນັກງານ

ຂ່າວສານລ່າສຸດ

ຕິດຕໍ່ພວກເຮົາ

ສໍາລັບຄໍາຖາມເພິ່ມເຕີມ, ກະລຸນາຕື່ມຂໍ້ມູນໃສ່ໃນແບບຟອມ ແລ້ວທີມງານຂອງພວກເຮົາຈະຕິດຕໍ່ຫາທ່ານ!