ພິທີເຊັນສັນຍາ ລະຫວ່າງ ບໍລິສັດ ວຽງທອງການແພດ ແລະ ການຢາ ແລະ ບໍລິສັດ ເອໄຊ (Eisai)

ບໍລິສັດ ວຽງທອງການແພດ ແລະ ການຢາ ມີຄວາມຍິນດີທີ່ທີ່ຈະປະກາດການເປັນຄູ່ຮ່ວມງານກັບບໍລິສັດ ເອໄຊ ເພື່ອຈຳໜ່າຍຢາສະເພາະໃນ ສປປ ລາວ.

ບໍລິສັດ ວຽງທອງການແພດ ແລະ ການຢາ ມຸ່ງໝັ້ນທີ່ຈະສະໜອງຢາທີ່ມີຄຸນນະພາບແມ້ໃນເຂດຫ່າງໄກສອກຫຼີກທີ່ຍາກຕໍ່ການເຂົ້າເຖິງ. ເປັນແນວທາງທີ່ແນ່ນອນໃນການສະໜັບສະໜູນຄົນເຈັບໃນລາວໃຫ້ເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບທີ່ດີຂຶ້ນ ແລະ ເພື່ອອຳນວຍຄວາມສະດວກໃຫ້ຄົນເຈັບໄດ້ຮັບການປິ່ນປົວປະຈຳວັນ.

Related Posts