ໃນວັນທີ 19-20 ມິຖຸນາ 2025ທີ່ຜ່ານມາ ການຮ່ວມມືກກັນລະຫວ່າງ ໂຮງໝໍມິດຕະພາບ, ບໍລິສັດ Moleac ແລະ ບໍລິສັດວຽງທອງການແພດ ແລະ ການຢາ ໄດ້ຈັດກອງປະຊຸມຝຶກອົບຮົມການປະເມີນ, ການບົ່ງມະຕິ ແລະ ການບໍລິຫານປິ່ນປົວ Acute Stroke ທີ່ໂຮງໝໍແຂວງ ອຸດົມໃຊ

ໂດຍທ່ານ ດຣ. ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ໂຮງໝໍມິດຕະພາບ ຂຶ້ນແບ່ງປັນຄວາມຮູ້ການບົ່ງມະຕິ ແລະ ການບໍລິຫານປິ່ນປົວ ພະຍາດເສັ້ນເລືອດສະໝອງໃຫ້ກັບບັນດາທ່ານໝໍປະຈຳໂຮງໝໍແຂວງ ແລະ ໂຮງໝໍເມືອງ ຂອງແຂວງອຸດົມໄຊ.




