ໃນວັນທີ 20 ກັນຍາ 2023 ທີ່ໂຮງຫມໍມະໂຫສົດ, ນະຄອນຫຼວງວຽງຈັນ, ສປປ ລາວ –ທ່ານ ສີຫາມະໂນ ບັນນະວົງ, ຜູ້ບໍລິຫານສູງສຸດ ກຸມ່ບໍລິສັດ KST, ທັງເປັນຜູ້ອຳນວຍການ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຂົ້າຮ່ວມງານ ແລະ ມີຄຳເຫັນ ໃນພິທີມອບ-ຮັບຢາປິ່ນປົວພະຍາດເບົາຫວານປະເພດ1 ແລະ ອຸປະກອນການແພດ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ພະຍາດເບົາຫວານປະເພດ1 ໄລຍະທີ່ IV ຂອງອົງການ Action4Diabetes (A4D) ໃຫ້ແກ່ເດັກນ້ອຍລາວທີ່ເປັນພະຍາດເບົາຫວານປະເພດ1 (T1D).
ຄູ່ຮ່ວມພັດທະນາໃນໂຄງການ ຂອງອົງການ Action4Diabetes (A4D) ປະກອບມີ: ບໍລິສັດ ອີລີ ລິນລີ້ (Eli Lily and Company), ໂຮງຫມໍ ມະໂຫດສົດ ແລະ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (VTP).

ໃນຖານະທີ່ ບໍລິສັດ ວຽງທອງການຢາ (VTP) ເປັນຫນື່ງຄູ່ຮ່ວມພັດທະນາທີ່ສໍາຄັນໃນໂຄງການນີ້, ພວກເຮົາ ມີຄວາມມຸ້ງຫມັ້ນປະກອບສ່ວນເຂົ້າໃນໂຄງການດັ່ງກ່າວຢ່າງຕັ້ງຫນ້າ ໂດຍການອຳນວຍຄວາມສະດວກ ທາງດ້ານສະຖານທີ່ຈັດເກັບ ແລະ ການຈັດສົ່ງ ທີ່ໄດ້ມາດຕະຖານສາກົນ ເພື່ອຮັບປະກັນ ໃຫ້ການຈັດສົ່ງຜະລິດຕະພັນຢາເຢັນຂອງໂຄງການ ໄປເຖິງຜູ້ຊົມໄຊ້ ຢ່າງມີປະສິດທິພາບ.
ໂຄງການນີ້ ຖືເປັນອີກຫນື່ງໂຄງການຊ່ວຍເຫລືອສັງຄົມທີ່ ບໍລິສັດ ວຽງທອງການຢາ ໄດ້ປະກອບສ່ວນຢ່າງຕັ້ງຫນ້າ ເພື່ອຊ່ວຍໃຫ້ການປະຕິບັດໂຄງການຊ່ວຍເຫລືອລ້າ ພະຍາດເບົາຫວານປະເພດ1 ໄລຍະທີ່ IV ຂອງອົງການ Action4Diabetes (A4D) ໃຫ້ປະສົບຜົນສໍາເລັດຢ່າງມີປະສິດຕິພາບ.
