3 ບໍລິສັດການຢາ ມອບເຄື່ອງຊ່ວຍເຫຼືອໃນການຕ້ານ covid-19

ໃນວັນທີ 8 ເມສານີ້, ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮັບເຄື່ອງຊ່ວຍເຫຼືອ ຈາກກຸ່ມບໍລິສັດ ໃສສະອາດການຢາ, ບໍລິສັດ ວຽງ ທອງການຢາ ແລະ ບໍລິສັດ ດີແອັນເຄການຢາ ລວມ ມູນຄ່າທັງໝົດ 235.000.000 ກີບ ເພື່ອປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການ ແພ່ລະບາດຂອງພະຍາດໂຄວິດ-19, ໂດຍມີ ພົຈວ ໝູ ດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ

ທ່ານ ສີຫາມະໂນ ບັນນາວົງ ຜູ້ບໍລິຫານສູງສຸດ ກຸ່ມບໍລິສັດການຢາ ກ່າວວ່າ: ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີ: ເຄື່ອງດູດຂີ້ສະເຫຼດ 1 ຊຸດ, ຕົວລ້າງເຄື່ອງ ກວດຄໍໜຽງ 2 ຊຸດ, ເຄື່ອງແທກຫົວໃຈ 1 ຊຸດ ລວມ ມູນຄ່າທັງ ໝົດ 235.000.000 ກີບ, ເພື່ອປະກອບ ສ່ວນເຂົ້າໃນວຽກງານຕ້ານການແຜ່ລະບາດຂອງ ພະຍາດໂຄວິດ-19. ໃນຕອນທ້າຍ, ຫົວໜ້າກົມໃຫຍ່ພະລາທິການ ໄດ້ແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງກຸ່ມ ບໍລິສັດການຢາທີ່ເຫັນໄດ້ເຖິງຄວາມສໍາຄັນຂອງການ ຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ. ຈາກນັ້ນ, ໄດ້ ມີການມອບໃບກຽດຕິຄຸນໃຫ້ກັບກຸ່ມບໍລິສັດດັ່ງກ່າວ

ຂ່າວໃຫ້ຮູ້ອີກວ່າ ໃນວັນດຽວກັນນີ້, ຄະນະ ຊາວໜຸ່ມປະຊາຊົນ ປະຕິບັດລາວ ໄດ້ມອບວັດຖຸອຸປະ ກອບທີ່ຈຳ ເປັນໃນການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ໃຫ້ກັບຄະນະສະເພາະກິດຂອງກຳລັງ ປ້ອງກັນຄວາມສະຫງົບ, ເຊິ່ງປະກອບມີ: ແພອັດປາກ 4.000 ອັນ, ນໍ້າຢາຂ້າເຊື້ອ 1 ຕຸກ, ນໍ້າຢາລ້າງມື 30 ຕຸກ, ນ້ຳຢາລ້າງມືຕຸກກາງ 2 ຕຸກ ລວມມູນຄ່າ ທັງໝົດ 13.700.000 ກີບ. ກ່າວມອບໂດຍ ທ່ານ ອາລຸນໄຊ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິບັດລາວ ແລະ ກ່າວຮັບໂດຍ ພັອ ຈູມ ມະນີ ວົງມະນີຮອງຫົວໜ້າກົມໃຫຍ່ສັນຕິບານ ຄະນະ ສະເພາະກິດຕ້ານການແພ່ລະບາດພະຍາດໂຄວິດ-19 ກະຊວງປ້ອງກັນຄວາມສະຫງົບ

Related Posts